ປະທານາທິບໍດີອີຣານ ແລະ ລາຊະກຸມານອາຣັບບີ ຊາອູດິດ ພົບປະກັນເທື່ອທຳອິດ
ສຳນັກຂ່າວຊິນຣວາ ວັນທີ 11 ພະຈິກ ນີ້, ສະເດັດມາຮາມັດບິນ ຊາເລີມັນ ອົງມົງກຸດລາຊະກຸມານຂອງ ອາຣັບບີຊາອູດິດ ໄດ້
ພົບປະກັບ ທ່ານ ອິບຣາຮິມ ໄຣຊີ ປະທານາທິບໍດີອີຣານ ໃນໄລຍະກອງປະຊຸມສຸດຍອດວິສາມັນຮ່ວມ ອາຣັບ-ອິດສະຣາມ.
ການພົບປະຄັ້ງນີ້ເປັນການພົບປະກັນເທື່ອທຳອິດລະຫວ່າງຜູ້ນຳສອງປະເທດ ຫຼັງຈາກສອງປະເທດໄດ້ຟື້ນຟູສາຍພົວພັນທາງ
ການທູດຄືນໃໝ່ໃນປີນີ້ເປັນຕົ້ນມາ. ອາຣັບບີຊາອູດິດ ແລະ ອີຣານ ໄດ້ຕັດຂາດສາຍພົວພັນທາງການທູດໃນປີ 2016, ພາຍໃຕ້
ການໄກ່ ເກ່ຍຈາກຜູ້ນຳ ສປ ຈີນ, ຜູ້ຕາງ ໜ້າຂອງ ອາຣັບບີຊາອູດິດ ແລະ ອີຣານ ໄດ້ຈັດການສົນທະນາກັນຢູ່ທີ່ ປັກກິ່ງ ໃນເດືອນ
ມີນາ ປີນີ້, ຈີນ, ອາຣັບບີຊາອູດິດ ແລະ ອີຣານ ໄດ້ລົງນາມ ແລະ ເຜີຍແຜຖະແຫຼງການຮ່ວມ ໂດຍປະກາດວ່າ ອາຣັບບີຊາອູດິດ
ແລະ ອີຣານ ເຫັນດີຟື້ນຟູສາຍພົວພັນທາງການທູດ. ຮອດວັນທີ 6 ເມສາ ທີ່ຜ່ານມາ, ອາຣັບບີຊາອູດິດ ແລະ ອີຣານ ໄດ້ລົງນາມ
ໃນຖະແຫຼງການຮ່ວມ ແລະ ສອງປະເທດປະກາດວ່າໄດ້ຟື້ນຟູສາຍພົວພັນທາງການທູດຈາກມື້ນັ້ນເປັນຕົ້ນມາ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/11/2023